ພິທີເຊັນສັນຍາ ສຳປະທານທີ່ດິນຂອງລັດ ໂຄງການພັດທະນາ ດິນດອນຈັນຕອນໃຕ້ ວັນທີ 10 ຕຸລາ 2013

ພິທີເຊັນສັນຍາ ສຳປະທານດິນ ຂອງລັດ ໂຄງການພັດທະນາ ດິນດອນຈັນຕອນໃຕ້ ວັນທີ 10 ຕຸລາ 2013 ( ເນື້ອທີ 5.7776 ເຮັກຕາ )

ລະຫວ່າງ

ພະແນກຊັບພະຍຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ

ແລະ

ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ.

ພິທີດັ່ງກ່າວໄດ້ຈັດຂື້ນໃນນະຄອນຫຼວງວຽງຈັນ ວັນທີ 10 ຕຸລາ 2013. ສັນຍາດັ່ງກ່າວ ລົງນາມໂດຍ ທ່ານ ບຸນໂຮມ ເຮືອງສະຫວັດ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ. ພະຍານໂດຍທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກ ການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ຈັນທິວາ ປຣະຊາສຸກ ຜູ້ອຳນວຍການ ພະແນກ ແຜນການ ແລະ ການລົງທຶນ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ.

ໂຄງການນີ້ແມ່ນການພັດທະນາທີດິນໂຮງແຮມ 5 ດາວ, ຫ້ອງການ, ທີ່ພັກອາໃສ, ຮ້ານອາຫານ, ສູນການຄ້າ ແລະ ເຂດພື້ນທີ່ການບໍລິການທີ່ກ່ຽວຂ້ອງ. ມູນຄ່າການລົງງທຶນແມ່ນ 60.000.000USD. ອີງຕາມໂຄງການສຳປະທານທີດິນ ດອນຈັນ ຕອນໃຕ້.

 

IMG_5055

IMG_5063

IMG_5086

IMG_5091