ປະຫວັດຂອງບໍລິສັດ

ຍິນດີຕ້ອນຮັບສູ່ ກຣິດຕະພົງ ກຣຸບ

ບໍລິສັດ ກຣິດຕະພົງ ກໍ່ສ້າງ ສ້າງຕັ້ງຂື້ນໃນປີ 2005-2006, ແລະໃນປີ 2009 ໄດ້ປ່ຽນມາເປັນ ບໍລິສັດ ກຣິດຕະພົງ ກຣຸບ ຢ່າງ​ເປັນ​ທາງ​ການ. ການດຳເນີນທຸລະກິດຂອງ ກຣິດຕະພົງ ກຣຸບ ໄດ້ແບ່ງອອກເປັນ 4 ພາກສ່ວນໃຫຍ່ຄື: ການກໍ່ສ້າງ, ​ໂຮງ​ແຮມ​ແລະ​ການທ່ອງ​ທ່ຽວ, ພັດທະນາ​ອະສັງຫາລິມະ​ຊັບ ແລະ ບໍລິການທີ່ປຶກສາການລົງທຶນ.

–    ການກໍ່ສ້າງ : ເລີ່ມແຕ່ປີ 2000 , ກຣິດຕະພົງ ກໍ່ໄດ້ເລີ່ມຮັບບໍລິການ ການກໍ່ສ້າງແລະສ້ອມ​ແປງ ອາຄານ ສຳນັກງານ, ສະໜາມ​ບິນ, ເຮືອນຊານທີ່ຢູ່ອາໃສ ເຫຼົ່ານີ້ເປັນຕົ້ນ. ແລະໄດ້ສ້າງຕັ້ງບໍລິສັດຂື້ນຢ່າງ​ເປັນ​ທາງ​ການໃນປີ 2005.

–    ​ໂຮງ​ແຮມ​ແລະ​ການທ່ອງທ່ຽວ: ​ໃນ​ປີ 2012 ບໍລິສັດ ກຣິດຕະພົງ ​ໄດ້​ຮ່ວມ​ທຶນ​ກັບ ບໍລິສັດ​ Camce (ລາວ) ຈັດ​ຊື້​ແລະ​ສືບ​ຕໍ່​ກິດຈະການ ​ໂຮງ​ແຮມ ​ຫ້າ​ດາວ​ດອນ​ຈັນພາ​ເລດ, ນອກ​ນັ້ນ​ຍັງ​ໄດ້​ດຳ​ເນີນ​ການ​ກໍ່ສ້າງ “​ໂຮງ​ແຮມ ​ແລນ​ມາກ ​ແມ່​ຂອງ ລີ​ເວີ​ຊາຍ”, ​ແລະ​ໃນ​ປີ​ດຽວ​ກັນ​ນັ້ນ​ກໍ່​ໄດ້​ຈັດ​ຊື້​ແລະ​ສື​ບຕໍ່ ກິດຈະການ​ສະໜາມກ໊ອບທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ​ນັ້ນ​ກໍ່​ຄື ສະໜາມ​ກ໊ອບຫຼວງ​ພະ​ບາງ.

–    ພັດທະນາ​ອະສັງຫາລິມະ​ຊັບ: ​ເລີ່​ມ​ແຕ່​ປີ 2010, ກຣິດຕະພົງ​ໄດ້​ຮ່ວມ​ມື​ກັບ​ຫຼາກຫຼາຍ​ວິສາ​ຫະກິດ​ສາກົນ​ຂະໜາດ​ໃຫຍ່​ດຳ​ເນີນ​ ໂຄງການ​ພັດທະນາ​ອະສັງຫາລິມະ​ຊັບ​ຢູ່​ລາວ ​ເປັນ​ຕົ້ນ​ແມ່ນ ​ໂຄງການ​ກໍ່ສ້າງ“​ໂລກ​ໃໝ່​ແຫ່ງ​ວຽງ​ຈັນ”, “ອາ​ເຊັມວິນ​ລາ”, ສູນ​ການ​ຄ້າ​ນະຄອນຫຼວງ ​ແລະ ອື້​ນໆ.

–    ລົງທຶນແລະທີ່ປຶກສາການລົງທຶນ: ເລີ່ມແຕ່ປີ 2007 ໄດ້ໃຫ້ບໍລິການຕໍ່ນັກລົງທຶນ(ເປັນທີປຶກສາດ້ານການລົງທຶນ) ແລະໄດ້ສ້າງຕັ້ງ ບໍລິສັດຂຶ້ນ.

ປີ 2009 ກຣິດຕະພົງ ກຣຸບ ໄດ້ຮ່ວມມືກັບຫຼາຍບໍລິສັດທີ່ເປັນບໍລິສັດລົງທຶນຕ່າງປະເທດ, ແລະຍັງໄດ້ລົງທຶນຮ່ວມກັບ 6 ບໍລິສັດທີ່ລົງທຶນຢູ່ພາຍໃນນະຄອນຫຼວງ, ເຊິ່ງແຕ່ລະໂຄງການລ້ວນແຕ່ແມ່ນໂຄງການເປົ້າໝາຍພັດທະນາຂອງລັດຖະບານ, ລວມມູນຄ່າການລົງທຶນແມ່ນ 10,140,000.00 ໂດລາສະຫະລັດ.

ກຣິດຕະພົງ ກຣຸບ ກຳລັງຂະຫຍາຍຕົວຢ່າງວ່ອງໄວ, ພາຍ​ໃນ​ກຣຸບ ​ໄດ້​ມີ​ການ​ປ່ຽນ​ແປງ​ແລະ​ພັດທະນາ​ຈາ​ກຫຼາຍ​ດ້ານ​ເພື່ອ​ໃຫ້​ໄປ​ຕາມ​ລະບົບ​ ແລະ​ມາດຕະຖານ​ຂອງ​ສາກົນ. ຮອດ​ປີ 2012 ລາຍຮັບປະຈຳປີສູງເຖິງ 50 ລ້ານໂດລາສະຫະລັດ, ໃນປີ 2009 ມີລາຍຮັບລວມປະມານ 15 ລ້ານໂດລາສະຫະລັດ.

ຮອດປີ 2012 ກຣິດຕະພົງ ໄດ້ປ່ຽນມາເປັນບໍລິສັດຈຳກັດ ຢ່າງເປັນທາງການ, ທຶນຈົດທະບຽນແມ່ນ 49,948,750.00 ໂດລາສະຫະລັດ. ຫຼັງຈາກປີ 2012 ບໍລິສັດ ກຣິດຕະພົງ ໄດ້ຂະຫຍາຍຕົວຢ່າງວ່ອງໄວໄປຕາມແຕ່ລະມື້, ກຸ່ມ​ບໍລິສັດ​ໄດ້​ເພີ່ມເງິນລົງທຶນນັບມື້ນັບຫຼາຍຂື້ນ ແລະ ​ເພີ່ມຂະຫຍາຍ​ກິດຈະການ ​ພ້ອມ​ດຽວ​ກັນ​ນັ້ນ​ຍັງໄດ້ຮ່ວມທຶນກັບຫຼາຍບໍລິສັດໃຫຍ່ໃນລຳດັບຕົ້ນໆຂອງຈີນ. ໂຄງການທີ່ຮ່ວມມືກັນແມ່ນເນັ້ນໃສ່ ການຂະຫຍາຍຕົວຂອງເສດຖະກິດລາວ ແລະ ການກໍ່ສ້າງໂຄງລ່າງພື້ນຖານ, ການຂະຫຍາຍໃນຫຼາຍດ້ານໃນປີນີ້ໄດ້ເຮັດໃຫ້ມາດຕະຖານລະບົບຂອງ ບໍລິສັດ ກຣິດຕະພົງ ກຣຸບ ເຂັ້ມແຂງຍິ່ງຂຶ້ນ.

ໃນປີ 2013, ບົນພື້ນຖານທີ່ ບໍລິສັດ ກຣິດຕະພົງ ກຣຸບມີຢູ່ນັ້ນ, ສືບຕໍ່ຍາດແຍ່ງເພີ່ມເງິນລົງທຶນ ແລະ ເພີ່ມການຂະຫຍາຍຕົວທາງທຸລະກິດ, ເພື່ອສ້າງສະຖິຕິໃໝ່ອີກຄັ້ງໃນປີ 2013.