ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2013 ຕາມເວລາທ້ອງຖິ່ນ ຢູ່ທີ່ສະໜາມບິນຫຼວງພະບາງ, ບໍລິສັດ China CAMC Engineering ຈໍາກັດ. ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ຟື້ນຟູສະໜາມບິນສາກົນຫຼວງພະບາງ ເຊິ່ງມີແຂກທີ່ຖືກເຊີນເຂົ້າຮ່ວມພິທີດັ່ງກ່າວຈໍານວນ 100 ທ່ານ, ລວມທັງພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຂອງ ສປປ ລາວ, ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫຼວງພະບາງ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ຢາກວາ ລໍປາກາວ ຫົວໜ້າ ກົມການບິນ ພົນລະເຮືອນ, ທ່ານ Wu Zhiwu ອຸປະທູດ, ທ່ານ Zhao Wenyu ທີ່ປຶກສາ ແລະ ຍັງມີບັນດາຫຸ້ນສ່ວນຂອງໂຄງການອີກດ້ວຍ.

ໂຄງການກໍ່ສ້າງຟື້ນຟູສະໜາມບິນສາກົນຫຼວງພະບາງ ເຊິ່ງແມ່ນໂຄງການ EPC ທໍາອິດທີຢູ່ໃນເຂດພື້ນທີ່ກໍ່ສ້າງສະໜາມບິນໃນ CAMCE ແລະ ເປັນໂຄງການທໍາອິດທີ່ໄດ້ຮັບການສະໜັບສະໜູນຈາກນະໂຍບາຍເງິນກູ້ພິເສດຂອງທະນາຄານ ນໍາເຂົ້າສົ່ງອອກ ຂອງຈີນ. ສະໜາມບິນແຫ່ງນີ້ເປັນສະໜາມບິນທີ່ໃຫຍ່ເປັນອັນດັບສອງຂອງລາວ, ຈັດເປັນອັນດັບທີ່ສອງຮອງຈາກສະໜາມບິນສາກົນວັດໄຕຢູ່ທີ່ວຽງຈັນ. ສາມາດບັນຈຸຜູ້ໂດຍສານໄດ້ຫຼາຍຂຶ້ນເຊິ່ງຕອບສະໜອງຕາມຄວາມຕ້ອງການໃນຕະຫຼາດສໍາລັບການທ່ອງທ່ຽວຫຼວງພະບາງ ເຊິ່ງຈະນໍາໄປສູ່ການພັດທະນາທຸລະກິດ ແລະ ການທ່ອງທ່ຽວຂອງລາວໃນອະນາຄົດຕໍ່ໜ້າ.

 

New Picture (1)

New Picture (2)