ພິທີເຊັນສັນຍາເຊົ່າ ສູນຜະລິດຫຼັກ 62 ທີ່ກະຊວງການເງິນ ວັນທີ 26 ກຸມພາ 2014

ພິທີເຊັນສັນຍາເຊົ່າ ສູນຜະລິດ ຫຼັກ 62 

ລະຫວ່າງ

ກະຊວງການເງິນ, ຕົວແທນວິສາຫະກິດ ກົມຄຸ້ມຄອງການເງິນ

ທ່ານ ບຸນໂຈມ ອຸດົມປະເສີດ, ຫົວໜ້າ ວິສາຫະກິດ ກົມຄຸ້ມຄອງການເງິນ

ທ່ານ ນາງ ວານິດາ ສາວັດດີ, ຮອງຫົວໜ້າ ກົມຄຸ້ມຄອງການເງິນ

ແລະ

ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ

ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ຜູ້ອຳນວຍການໃຫຍ່ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ

ທ່ານ ຈັນທິວາ ປຣະຊາສຸກ, ຜູ້ອຳນວຍການ ພະແນກ ແຜນການ ແລະ ການລົງທຶນ, ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ

 ໂຄງການດັ່ງກ່າວ ຕັ້ງຢູ່ເມືອງ ໂພນໂຮງ, ແຂວງ ວຽງຈັນ. ມີເນື້ອທີ 101 ເຮັກຕ້າ, ຊຶ່ງລວມມີ ໜອງປາ ແລະ ເຮືອນ.

 ຈຸດປະສົງ ແມ່ນເພື່ອພັດທະນາໂຄງການກະສິກຳ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນ, ຊຶ່ງລວມມີ ຮ້ານອາຫານ, ຣີຊອດ, ຫ້ອງປະຊຸມ,        ສະໜາມກ໊ອຟ, ສວນສະໜຸກ, ພື້ນທີ່ກະສິກຳສຳລັບປູກຕົ້ນໄມ້, ປູກດອກໄມ້, ປູກຜັກ ແລະ ການລ້ຽງສັດຕ່າງໆ. ໃນໄລຍະການລົງທຶນ   ເບື້ອງຕົ້ນແມ່ນ $ 20,000,000 ( ຊາວລ້ານ ໂດລາສະຫະລັດ ).

img_6712

IMG_6713 IMG_6714