ຄວາມຄືບໜ້າຂອງໂຄງການບໍລິສັດ ພັດທະນາເສດຖະກິດການຄ້າຄົບວົງຈອນໜອງຈັນ ຕອນເໜືອ
– ວັນທີ 31/03/2012 ໄດ້ຈັດພິທີວາງສີລາຈາລຶກເລີ່ມໂຄງການ, ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ,ທ່ານ ລີຈິ ເຫີງ ຮອງເຈົ້າແຂວງ ແຂວງຢຸນນານ ແລະ ພະນັກງານຈາກພາກສ່ວນ ລາວ ຈີນ ທີ່ສຳຄັນເຂົ້າຮ່ວມພິທີ. – ວັນທີ 19/09/2012 ຕອນເຊົ້າ ໄດ້ຈັດພິທີເປີດການຕະຫຼາດ, ໂດຍມີ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງ, ທ່ານ ຈ້າວ ເວີນນິງ ທີ່ປຶກສາທູດເສດຖະກິດຈີນ ປະຈຳລາວ, ພະນັກງານຈາກພາກລັດທີ່ສຳຄັນ ແລະ ຕົວແທນຜູ້ຖືຫຸ້ນເຂົ້າຮ່ວມ. – ວັນທີ 24/12/2012 ວຽກການກໍ່ສ້າງແລະຕອກເສົາເຂັມໄລຍະທີ1 ສຳເລັດກ່ອນກຳນົດ 20 ມື້, ຈຳນວນເສົາເຂັມທີ່ຕອກໄດ້ທັງໝົດແມ່ນ 984 ຕົ້ນ. – ວັນທີ 15/11/2013 ການກໍ່ສ້າງໄລຍະທີ1 ຕັດນ້ຳອອກຈາກຕົວອາຄານກໍ່ສ້າງ. – ເດຶອນ 7 ປີ 2014 “ໂຄງການສູນກາງເສດຖະກິດການຄ້າ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ” ໄດ້ທົດລອງໃຫ້ບໍລິການ. (ຮູບພາບໃຫ້ເບິ່ງຕາມເອກກະສານແນບທ້າຍ)