ຄຳເຫັນຂອງປະທານ
ບໍລິສັດ ກຣິດຕະພົງ ລາວ ກຣຸບ ສ້າງຕັ້ງຂື້ນໃນປີ 2005, ເຊິ່ງໄດ້ລວບລວມເອົາທຸລະກິດທີ່ດຳເນີນ ແລະ ພັດທະນາຂອງບໍລິສັດຫຸ້ນສ່ວນໃນຫຼາຍດ້ານເຊັ່ນ: ວິສະວະກຳແລະການກໍ່ສ້າງ, ການບໍລິຫານແລະຄຸ້ມຄອງໂຄງການ, ການດຳເນີນແລະພັດທະນາອະສັງຫາລິມະຊັບ, ໂຮງແຮມ, ບໍລິການທ່ອງທ່ຽວ, ທີ່ປຶກສາດ້ານທຸລະກິດ, ຕົວແທນໂຄງການ, ໄມ້ເນື້ອແດງແປຮູບ, ພັດທະນາການກະສິກຳແລະອື່ນໆ, ປັດຈຸບັນໄດ້ເຕີບໂຕມາເປັນ ວິສາຫະກິດທີ່ເຂັ້ມແຂງ ແລະ ຄົບວົງຈອນທີ່ສຸດຢູ່ໃນລາວ.
8 ປີມານີ້, ຄົນຂອງກິດຕະພົງໄດ້ພັດທະນາໃນ ສປປ ລາວ, ເຊິ່ງເປັນປະເທດທີ່ມີການເປີດກ້ວາງ, ທາງບໍລິສັດໄດ້ມີການພັດທະນາກົນລະຍຸດຂື້ນມາເປັນແຕ່ລະບາດກ້າວ,ໃນເວລາທີ່ພັດທະນາຕົວເອງນີ້, ພວບເຮົາໄດ້ຕອບແທນຄູ່ຮ່ວມມືແລະໝູ່ເພື່ອນ ຜູ້ທີ່ຮ່ວມສ້າງສາທຸລະກິດນຳພວກເຮົາຢ່າງຈິງໃຈ, ນອກນັ້ນຍັງໄດ້ບໍລິຈາກເງິນກຸສົນເພື່ອເຫຼືອໃຫ້ແກ່ການກໍ່ສ້າງວຽກງານສາທາລະນະ, ການໄດ້ຕອບແທນສັງຄົມແມ່ນຈຸດມຸ່ງໝາຍຂອງພວກເຮົາ. ທຸກໆບາດກ້າວທີ່ພວກເຮົາກ້າວຍ່າງ, ສາມັກຄີກັນຕໍ່ສູ້ຝັ່ນຝ່າອຸປະສັກທີ່ຫຍຸ້ງຍາກ, ນຳໃຊ້ສະຕິປັນຍາ, ແມ່ນສະທ້ອນໃຫ້ເຫັນຄວາມຊື່ສັດ, ເປັນມິດ, ຈິງໃຈ ແລະ ຊ່ວຍເຫຼືອສັງຄົມ ຂອງຄົນກຣິດຕະພົງ, ຄວາມພະຍາຍາມທັງໝົດນີ້, ໄດ້ເຮັດໃຫ້ຄົນ ກຣິດຕະພົງ ບັນລຸຕາມເປົ້າໝາຍທີ່ຕັ້ງໄວ້.
ໃນປັດຈຸປັນນີ້, ກຣິດຕະພົງ ໄດ້ລົງທຶນຈຳນວນມະຫາສານ ເຂົ້າໃນການກໍ່ສ້າງ“ໂຮງແຮມແລນມາກ” ຢູ່ແຄມແມ່ນ້ຳຂອງ ນະຄອນຫຼວງວຽງຈັນ, ນອກນີ້ຍັງໄດ້ຮ່ວມມືກັນແຄມຊີ ກໍ່ສ້າງ “ໂລກໃໝ່ແຫ່ງວຽງຈັນ” ເຊິງເປັນສະຖານທີ່ສຳຄັນແລະທັນສະໃໝ ຕັ້ງຢູ່ລຽບແຄມຂອງໃນເນື້ອທີ່ 500,000 ກົ່ວຕາແມັດ; ພ້ອມດຽວກັນນີ້ຍັງໄດ້ຮ່ວມທຶນກັບແຄມຊີ ກໍ່ສ້າງເຮືອນວິນລາຈຳນວນ 50ຫຼັງ ເຊິ່ງແຕ່ລະຫຼັງມີເນື້ອທີ່ກ້ວາງ 1000 ກົ່ວຕາແມັດ, ເຊິ່ງໃຊ້ເປັນສະຖານທີ່ຮັບແຂກ ຜູ້ນຳ 48 ປະເທດ ທີ່ເຂົ້າມາປະຊຸມ “ສຸດຍອດຜູ້ນຳອາຊີ-ເອີຣົບ” ເຊິ່ງຈັດຂື້ນຢູ່ທີ່ ສປປ ລາວ ໃນເດືອນ 11 ປີ 2012. ຮ່ວມມືກັບແຄມຊີ ສືບຕໍ່ກິດຈະການ ອາຄານທີ່ສູງທີ່ສຸດໃນລາວ ນັ້ນກໍ່ຄືໂຮງແຮມຫ້າດາວ ດອນຈັນ; ຮ່ວມທຶນກັບ ບໍລິສັດ ລົງທຶນຕ່າງປະເທດ ຢຸນນານ ກໍ່ສ້າງ ສູນການຄ້າທີ່ທັນສະໃໝ, ເຊິ່ງມີສູນຊ໋ອບປີ້ງມໍທີ່ຫຼູຫຼາ ແລະ ສະຖານທີ່ພັກຜ່ອນ ລວມເນື້ອທີ່ 600,000 ຕາແມັດຕັ້ງຢູ່ໃຈກາງນະຄອນຫຼວງ. ນອກນີ້ຍັງສ້າງຕັ້ງ ໂຮງງານຜະລິດ, ແກະສະຫຼັກ ແລະຈຳໜ່າຍ ໄມ້ເນື້ອແດງຂະໜາດໃຫຍ່ໃນແບບກຣິດຕະພົງເຟີນີເຈີ, ນອກນີ້ໄດ້ສ້າງຫໍປະພິດຕະພັນໄມ້ເນື້ອແດງ ທີ່ມີຄວາມສວຍງາມ, ປາໜີດ ມີເອກກະລັກສະເພາະຂອງປະພິດຕະພັນກຣິດຕະພົງ ໃນ ສປປ ລາວ; ແລະຍັງໄດ້ເຂົ້າຮ່ວມງານກິລາແຫ່ງຊາດນະຄອນຫຼວງ, ກໍ່ສ້າງສະໜານບິນສາກົນ, ສະໜາມບິນຫຼວງພະບາງ, ລົງທຶນໂຮງແຮມຫ້າດາວ, ສືບຕໍ່ກິດຈະການສະໜາມກ໊ອບ………………….
ລັດຖານບານ ແລະ ປະຊາຊົນ ຕ່າງກໍ່ເຂົ້າໃຈດີຕໍ່ຜົນທີ່ໄດ້ຮັບຈາກຜົນປະໂຫຍດທາງທຸລະກິດ ແລະ ສັງຄົມຂອງພວກເຮົາ, ພວກເຮົາຕ່າງກໍ່ມີຄວາມຮູ້ສຶກຕື້ນຕັນໃຈ ທີ່ໄດ້ຮັບການຍອມຮັບ ແລະ ສະໜັບສະໜູນຈາກລັດຖະບານລາວ-ຈີນ ສອງປະເທດ, ວິສາຫະກິດ, ຜູ້ນຳ, ໝູ່ເພື່ອນ, ຄູ່ຮ່ວມງານ. ຂ້າພະເຈົ້າຂໍຂອບໃຈຜືນແຜ່ນດິນລາວ ແລະ ພະນັກງານ, ໝູ່ເພື່ອນ, ຄູ່ຮ່ວມງານ, ໝົດທຸກຄົນທີ່ຢູ່ລາວ ເຊິ່ງຊ່ວຍເຫຼືອຂ້າພະເຈົ້າມາໂດຍຕະຫຼອດ, ຄວາມສຳເລັດທັງໝົດນີ້ ແມ່ນໜີບໍ່ພົ້ນຄວາມທຸ້ມເທຂອງພວກທ່ານ, ຖ້າບໍ່ມີຄວາມຫ້າວຫັນດຸໝັ່ນຂອງພວກທ່ານ ກໍ່ຈະບໍໍ່ມີກຣິດຕະພົງ ທີ່ເຕີບໂຕມາຮອດມື້ນີ້!, ຂ້າພະເຈົ້າຂໍຂອບໃຈມາຍັງພວກທ່ານອີກຄັ້ງ! ຫວັງວ່າຈະນຳເອົາຜົນສຳເລັດຈາກການເຮັດວຽກຢ່າງໜັກຂອງພວກເຮົານີ້ໄປແບ່ງບັນຕໍ່ບຸກຄົນອື່ນ, ແລະ ຫວັງວ່າຈະມີບໍລິສັດຄູ່ຮ່ວມງານຈຳນວນຫຼວງຫຼາຍເຂົ້າມາພັດທະນາລົງທຶນຢູ່ລາວ,ຮ່ວມກັນຕໍ່ສູ້, ນຳໃຊ້ເຫື່ອແຮງ,ຄວາມກ້າຫານ, ຊື່ສັດ, ວິຊາສະເພາະ, ຄວາມສາມັກຄີ, ຫົວຄິດປະດິດສ້າງຂອງພວກເຮົາ ເຮັດໃຫ້ໂລກເຫັນວ່າພວກເຮົາມີຄວາມພະຍາຍາມທີ່ຈະກ້າວໜ້າ, ຕໍ່ສູ້ຢ່າງບໍ່ທໍ້ຖອຍ!.
ປະທານ ບໍລິສັດ ກຣິດຕະພົງ ກຣຸບ